ການແຂ່ງຂັນດິຈິຕອນ 2025

ຂໍຮຽນເຊີນທຸກທ່ານເຂົ້າຮ່ວມງານປະກວດ Lao Digital Award ປະຈຳປີ 2025 ຊຶ່ງຈັດໂດຍ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອສົ່ງເສີມ ແລະ ສະໜັບສະໜູນສັກກະຍະພາບຂອງບຸກຄະລາກອນໃນແວດວົງດິຈິຕອນ. ງານປະກວດຄັ້ງນີ້ຖືເປັນກຽດແຈ້ງ ແລະ ເຊີນຊວນມາຍັງ ບັນດາອົງການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ ແລະ ນັກສຶກສາ ໃນຂອບເຂດທົ່ວປະເທດ ທີ່ມີຜະລິດຕະພັນໄອຊີທີດິຈິຕອນ, ນະວັດຕະກຳເຕັກໂຕໂນໂລຊີ ສົ່ງຜົນງານເຂົ້າປະກວດ ຊຶ່ງການແຂ່ງຂັນມີຫົວຂໍ້ທີ່ນ່າສົນໃຈ ດັ່ງນີ້:
- ໝວດສົ່ງເສີມການພັດທະນາສັງຄົມ - CSR
- ໝວດຜະລິດຕະພັນທຸລະກິດລິເລີ່ມ - Digital Start-Up (Products)
- ໝວດທຸລະກິດສະຕາດອັບແນວຄິດສ້າງສັນ - Digital Start-Up (Idea)
- ໝວດເນື້ອໃນດິຈິຕອນ - Digital Contents
- ໝວດນະວັດຕະກໍາດິຈິຕອນ - Digital Innovation
ກຳນົດການ:
- ເປີດຮັບສະໝັກຕັ້ງແຕ່ມື້ນີ້ຈົນຖຶງວັນທີ່ 11 ມີນາ 2025
- ວັນຈັດງານ 02 ເມສາ 2025 ~06 ເມສາ 2025
ວິທີການສະໝັກ:
- ຜູ້ທີ່ສົນໃຈສາມາດເບິ່ງລາຍລະອຽດເພີ່ມຕື່ມ ແລະ ສະໝັກ ໄດ້ທີ່ແບບຟອມ https://g-drive.gov.la/index.php/s/P4Y8p4o5Qq2cf4F
- ສອບຖາມຂໍ້ມູນເພີ່ມຕື່ມ ໄດ້ທີ່ +856 20 56 395 659