ພິທີເປີດງານ ສັບປະດາດິຈິຕອນລາວ 2025 ຢ່າງເປັນທາງການ !

02/04/2025

ພິທີເປີດງານ ສັບປະດາດິຈິຕອນລາວ 2025 ຢ່າງເປັນທາງການ !

ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີເປີດງານ ສັບປະດາດິຈິຕອນລາວ 2025 (Digital Week 2025) ໃນຕອນເຊົ້າ ຂອງວັນທີ 02 ເມສາ 2025, ທີ່ຫ້ອງປະຊຸມໃຫຍ່ ຂອງ ຫໍປະຊຸມແຫ່ງຊາດ (ຫຼັກ 6) ຊຶ່ງເປັນປີທີ 3 ທີ່ທາງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດງານມະຫາກໍາທາງດ້ານເຕັກໂນໂລຊີດິຈິຕອນຂຶ້ນ. ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີ ທ່ານ ປະເສີດ ຈັນທະຣະຣວງທອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງດິຈິຕອນເພື່ອເສດຖະກິດ ແລະ ສັງຄົມ ແຫ່ງຣາຊະອານາຈັກໄທ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທ່ານເຈົ້າແຂວງ, ຮອງເຈົ້າແຂວງ, ເຈົ້ານະຄອນ, ບັນດາທ່ານແຂກຜູ້ທີ່ມີກຽດ ທັງພາຍໃນ ແລະ ຕ່າງປະເທດ, ບັນດາຄະນະກົມ/ທຽບເທົ່າ ພາຍໃນ ກະຊວງເຕັກໂນໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍ ບັນດາຫົວໜ້າ/ຮອງຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
 
 
 
ໃນພິທີເປີດງານສັບປະດາດິຈິຕອນ 2025 ຄັ້ງນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວວ່າ: ເພື່ອຜັນຂະຫຍາຍ ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໃນປີມ້ວນທ້າຍ ຢ່າງເປັນຂະບວນຫ້າວຫັນຟົດຟື້ນ ເພື່ອຂໍ່ານັບ ຮັບຕ້ອນ 03 ວັນປະຫວັດສາດ ແຫ່ງຊາດ ຄື: ວັນຄົບຮອບສ້າງຕັ້ງພັກ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານໄກສອນ ພົມວິຫານ ທີ່ເຄົາລົບຮັກຄົບຮອບ 105 ປີ. ທ່ານກ່າວຕື່ມວ່າ: ໂດຍຈັດຕັ້ງຜັນຂະຫຍາຍ ແຜນການດໍາເນີນງານ ຂອງຄະນະລະດັບຊາດ ເພື່ອການຫັນເປັນດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດງານ ສັບປະດາດິຈິຕອນ 2025 (Digital Week 2025) ຂຶ້ນເລີ່ມແຕ່ ວັນທີ 02-06 ເມສາ ພາຍໃຕ້ຄໍາຂວັນ: “ພັດທະນາໂຄງລ່າງພື້ນຖານດິຈິຕອນ ຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຍືນຍົງ” ຊຶ່ງງານດັ່ງກ່າວຈະເປັນ ເວທີແລກປ່ຽນ ແລະ ເປີດໂອກາດໃຫ້ບັນດາ ຜູ້ປະກອບການ, ນັກຮຽນ, ນັກສຶກສາ, ນັກວິຊາການດ້ານເຕັກໂນໂລຊີ, ໂທລະຄົມ ແລະ ຄວາມປອດໄພໄຊເບີ ໄດ້ມາສະແດງທັດສະນະແລກປ່ຽນຄຳຄິດຄຳເຫັນ ແລະ ວາງສະແດງຜະລິດຕະພັນ, ແລກປ່ຽນຄວາມຮູ້ ປະສົບການ ໃນການພັດທະນາເຕັກໂນໂລຊີດິຈິຕອນ ເພື່ອນໍາໄປຜັນຂະຫຍາຍທຸລະກິດ ແລະ ວຽກງານຂອງຕົນ.
 
 
 
ງານສັປປະດາດິຈິຕອນລາວ 2025 ຄັ້ງນີ້ ເປັນງານທີ່ມີຫຼາຍສີສັນ ແລະ ຫຼາຍກິດຈະກໍາທີ່ສໍາຄັນ ເປັນຕົ້ນແມ່ນ: 1) ກອງປະຊຸມສໍາມະນາ ພະນັກງານການນໍາລະດັບສູງກ່ຽວກັບການຫັນເປັນດິຈິຕອນ ຂອງ ສປປ ລາວ ຊຶ່ງຈະໄດ້ຮັບຟັງບົດຮຽນການຫັນເປັນດິຈິຕອນ ຢູ່ ສປ ຈີນ, ສສ ຫວຽດນາມ, ຣາຊະອານາຈັກ ກໍາປູເຈຍ ແລະ ບາງປະເທດ ອາຊຽນ. ໃນກອງປະຊຸມດັ່ງກ່າວ ຈະໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຫັນເປັນດິຈິຕອນ ຢູ່ ປະເທດເຮົາ ແລະ ຮັບຟັງການໂອ້ລົມຂອງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; 2) ເວທີສໍາມະນາ ແລະ ການຝຶກອົບຮົມ: ເປັນເວທີຖ່າຍທອດ ແລະ ແລກປ່ຽນຄວາມຮູ້ດ້ານດິຈິຕອນ ໂດຍມີບັນດາທ່ານ ລັດຖະມົນຕີ, ຮອງ ລັດຖະມົນຕີ ແລະ ມີບັນດານັກວິທະຍາກອນທີ່ມີຄວາມຊຳນານ ແລະ ປະສົບການສູງທັງພາຍໃນ ແລະ ຕ່າງປະເທດເປັນຜູ້ບັນລະຍາຍ ໃນຫົວຂໍ້ຕ່າງໆ ໂດຍສະເພາະ ເຕັກໂນໂລຊີ ປັນຍາປະດິດ AI ແລະ ຫຸ່ນຍົນ Robotic. ການຝຶກອົບຮົມ ແລະ ສໍາມະນາດັ່ງກ່າວຈະເປີດໂອກາດໃຫ້ທຸກພາກສ່ວນໄດ້ເຂົ້າຮ່ວມ ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ; 3) ການວາງສະແດງສິນຄ້າ ແລະ ນະວັດຕະກໍາ ທາງດ້ານດິຈິຕອນ: ມີບັນດາໜ່ວຍງານຈາກພາກລັດ, ເອກະຊົນ, ກຸ່ມນັກທຸລະກິດ ຂະໜາດນ້ອຍ, ຂະໜາດກາງ ແລະ ບໍລິສັດຫ້າງຮ້ານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຫຼາຍກວ່າ 100 ບູດ ເພື່ອວາງສະແດງຜະລິດຕະພັນ ແລະ ສິນຄ້າຂອງຕົນ ເຊັ່ນ: ເຕັກໂນໂລຊີ ປັນຍາປະດິດ AI, ກຸ່ມຂໍ້ມູນຜູກພັນ, ອິນເຕີເນັດແຫ່ງຊາດ ລວມເຖິງ Cloud Computing, ຄວາມປອດໄພທາງໄຊເບີ, ຜະລິດຕະພັນຄອມພິວເຕີຕ່າງໆ, ຊອຟແວ ແລະ ອື່ນໆ. ນອກຈາກນີ້, ກໍຍັງຈະໄດ້ນໍາສະເໜີການເປີດຕົວ, ຫຼຸດລາຄາສິນຄ້າຢ່າງຫຼວງຫຼາຍ ແລະ ຈັບສະຫຼາກລຸ້ນຮັບລາງວັນ ຈາກບັນດາບໍລິສັດຕ່າງໆ; 4) ການແຂ່ງຂັນ ລາງວັນ ICT, Hackathon ແລະ Makerthon: ຈະເປັນເວທີ່ສໍາຄັນທີ່ສຸດຂອງ ສປປ ລາວ ໃນການຄັດເລືອກ ຜະລິດຕະພັນຂອງຄົນລາວ ທີ່ດີເດັ່ນທາງດ້ານດິຈິຕອນ ເພື່ອເຂົ້າແຂ່ງຂັນໃນເວທີສາກົນ ໂດຍສະເພາະການແຂ່ງຂັນປະຈໍາປີລະດັບພາກພື້ນ; ພ້ອມນັ້ນ ກໍມີ ການແຂ່ງຂັນ ຂຽນໂປຣແກຣມ ຫຼື ຄວາມສາມາດຂອງນັກປະດິດຄົນລາວ; 4) ໃນງານສັບປະດາດິຈິຕອນຄັ້ງນີ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈະໄດ້ຈັດກອງປະຊຸມພົບປະສອງຝ່າຍ ກັບບັນດາປະເທດຄູ່ຮ່ວມພັດທະນາຈາກ ສປ ຈີນ, ສສ ຫວຽດນາມ, ຣາຊະອານາຈັກ ກໍາປູເຈຍ, ຣາຊະອານາຈັກໄທ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືພັດທະນາເຕັກໂນໂລຊີດິຈິຕອນ ສໍາລັບປະເທດລາວ; 5) ໃນໂອກາດງານຄັ້ງນີ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ເຊື້ອເຊີນບັນດາການນໍາຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ພ້ອມດ້ວຍບັນດາ ພະແນກເຕັກໂນໂລຊີ ແລະ ການສື່ສານຂອງທຸກແຂວງເຂົ້າຮ່ວມກອງປະຊຸມວຽກງານເຕັກໂນໂລຊີ ແລະ ການສື່ສານ ແລະ ກິດຈະກໍາອື່ນໆອີກ.
 
 
 
 
 

 

Contact Information - LDW25

ຂໍ້ມູນເພີ່ມຕື່ມ

ເວັບໄຊທ໌: https://www.digitalweek.gov.la
ເພຈເຟສບຸກ: https://www.facebook.com/Laodigitalweek

ຕິດຕໍ່ຄະນະຮັບຜິດຊອບ

ຈີລະນາ ທະວີໄຊ
+856 20 55 554 421
jirana@mtc.gov.la
ຊ່ອງທາງຕິດຕໍ່ຂອງ ງານສັບປະດາດິຈິຕອນລາວ
laodigitalweek@mtc.gov.la
ແສງທະວີ ຈະຕຸພອນໄຊ
+856 20 95 903 525
senthavy@mtc.gov.la

 


© 2025 Lao Digital Week. All rights reserved.

 

ແຈ້ງການດ່ວນ

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

dana toto

situs toto

toto 4d

rokokbet

slot bet 200

toto 4d

situs toto

situs toto

situs toto

situs toto

situs toto

situs toto

situs toto

sbobet

situs toto

situs toto

situs toto

situs toto

situs toto

slot gacor 88

slot gacor 88/a>

situs toto

situs toto macau

situs togel

link situs toto

scatter hitam

toto togel 4d

https://al-fargoniy.uz/

toto togel

situs togel

situs togel

situs toto

slot dana

https://redgade.com/

slot gacor

https://isi-indonesia.org/

https://mydentalclique.com/

https://epodder.org/

slot gacor

situs toto

https://centresipd.com/

situs toto

situs toto

situs toto

toto macau

situs toto

situs toto

situs toto

slot88

situs toto

situs toto

situs toto

matauangslot

situs togel

slot paling gacor

toto slot

slot 777

slot88

https://acamvie.cm/

slot88

situs toto

situs toto

slot88

data macau