ພິທີເປີດງານ ສັບປະດາດິຈິຕອນລາວ 2025 ຢ່າງເປັນທາງການ !
02/04/2025
ໃນຕອນເຊົ້າ ຂອງວັນທີ 02 ເມສາ 2025, ທີ່ຫ້ອງປະຊຸມໃຫຍ່ ຂອງ ຫໍປະຊຸມແຫ່ງຊາດ (ຫຼັກ 6) ຊຶ່ງເປັນປີທີ 3 ທີ່ທາງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດງານມະຫາກໍາທາງດ້ານເຕັກໂນໂລຊີດິຈິຕອນຂຶ້ນ. ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີ ທ່ານ ປະເສີດ ຈັນທະຣະຣວງທອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງດິຈິຕອນເພື່ອເສດຖະກິດ ແລະ ສັງຄົມ ແຫ່ງຣາຊະອານາຈັກໄທ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທ່ານເຈົ້າແຂວງ, ຮອງເຈົ້າແຂວງ, ເຈົ້ານະຄອນ, ບັນດາທ່ານແຂກຜູ້ທີ່ມີກຽດ ທັງພາຍໃນ ແລະ ຕ່າງປະເທດ, ບັນດາຄະນະກົມ/ທຽບເທົ່າ ພາຍໃນ ກະຊວງເຕັກໂນໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍ ບັນດາຫົວໜ້າ/ຮອງຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ອ່ານເພີ່ມຕື່ມ
ກຽມພົບກັບງານ ສັບປະດາດິຈິຕອນລາວ 2025 ທີ່ຈະມາເຖິງໃນເດືອນເມສາ 2025 ນີ້ !
14/02/2025
ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດງານຖະແຫຼງຂ່າວກ່ຽວກັບການຈັດງານ ສັບປະດາດິຈິຕອນ ປະຈໍາປີ 2025 ໃນຕອນບ່າຍຂອງວັນສຸກ ທີ 14 ກຸມພາ 2025 ທີ່ ກະຊວງເຕັກໂນໂລຊິ ແລະ ການສື່ສານ, ໂດຍການເປັນປະທານຂອງທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີຮອງລັດຖະມົນຕີ, ບັນດາຫົວໜ້າກົມ ພາຍໃນກະຊວງ, ແຂກຖືກເຊີນຈາກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍບັນດາບໍລິສັດ, ຫ້າງຮ້ານ, ຫົວໜ່ວຍທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.
ອ່ານເພີ່ມຕື່ມ